Skip to content
The Believer's Library

Biblica® Open Lao Contemporary Version

Genesis 22 OLCV

Show OLCV only
Verse × ×
1 Some time later, our Father tested Abraham. He said to him, "Abraham!" "Here I am," Abraham replied. ຕໍ່ມາ​ພຣະເຈົ້າ​ໄດ້​ທົດສອບ​ອັບຣາຮາມ. ພຣະອົງ​ກ່າວ​ກັບ​ເພິ່ນ​ວ່າ, “ອັບຣາຮາມ​ເອີຍ!” ເພິ່ນ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້”.
2 Then our Father said, "Take your son, your only son, whom you love—Isaac. Go to the land of Moriah and offer him there as a burnt offering on one of the mountains I will name." ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ, ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ເຈົ້າ ຜູ້​ທີ່​ເຈົ້າ​ຮັກ ຄື​ອີຊາກ ແລ້ວ​ໄປ​ຍັງ​ເຂດ​ໂມຣິຢາ. ຈົ່ງ​ຖວາຍ​ລາວ​ຢູ່​ທີ່ນັ້ນ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ​ທີ່​ເຮົາ​ຈະ​ສະແດງ​ແກ່​ເຈົ້າ”.
3 Early next morning Abraham saddled his donkey, took two of his young men and his son Isaac, split the wood for the burnt offering, and set out for the place our Father had told him about. ຕອນ​ເຊົ້າໆ​ວັນ​ຕໍ່ມາ ອັບຣາຮາມ​ລຸກຂຶ້ນ ແລະ ມັດ​ອານ​ລໍ​ຂອງ​ເພິ່ນ. ເພິ່ນ​ໄດ້​ພາ​ຄົນຮັບໃຊ້​ຂອງ​ເພິ່ນ​ສອງ​ຄົນ ແລະ ອີຊາກ​ລູກຊາຍ​ຂອງ​ເພິ່ນ​ໄປ​ນຳ. ເມື່ອ​ເພິ່ນ​ໄດ້​ຕັດ​ຟືນ​ພໍ​ສຳລັບ​ເຜົາ​ເຄື່ອງ​ບູຊາ​ແລ້ວ, ເພິ່ນ​ຈຶ່ງ​ມຸ່ງໜ້າ​ໄປ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ​ເພິ່ນ​ໄວ້.
4 On the third day Abraham looked up and saw the place in the distance. ໃນ​ວັນ​ທີ​ສາມ ອັບຣາຮາມ​ເງີຍໜ້າ​ຂຶ້ນ ແລະ ເຫັນ​ສະຖານ​ທີ່​ນັ້ນ​ແຕ່​ໄກ.
5 He told his young men, "Stay here with the donkey. The boy and I will go over there, worship, and return to you." ເພິ່ນ​ເວົ້າ​ກັບ​ຄົນຮັບໃຊ້​ວ່າ, “ຈົ່ງ​ຢູ່​ບ່ອນ​ນີ້​ພ້ອມ​ກັບ​ລໍ​ຂະນະ​ທີ່​ເຮົາ​ກັບ​ເດັກນ້ອຍ​ຄົນ​ນີ້​ໄປ​ທີ່​ນັ້ນ. ພວກເຮົາ​ຈະ​ໄປ​ນະມັດສະການ​ພຣະເຈົ້າ ແລ້ວ​ພວກເຮົາ​ຈະ​ກັບມາ​ຫາ​ພວກເຈົ້າ”.
6 Abraham took the burnt offering wood and laid it on his son Isaac, carrying the fire and knife himself. The two walked on together. ອັບຣາຮາມ​ຈຶ່ງ​ເອົາ​ຟືນ​ສຳລັບ​ເຜົາ​ເຄື່ອງບູຊາ ແລະ ວາງ​ໃສ່​ບ່າ​ອີຊາກ​ລູກຊາຍ​ຂອງ​ເພິ່ນ ແລະ ເພິ່ນເອງ​ຖື​ໄຟ ແລະ ມີດ. ຂະນະ​ທີ່​ທັງສອງ​ກຳລັງ​ຍ່າງ​ໄປ​ນຳກັນ​ນັ້ນ,
7 Isaac said to his father Abraham, "My father?" "Here I am, my son," Abraham replied. "The fire and wood are here," Isaac said, "but where is the lamb for the burnt offering?" ອີຊາກ​ໄດ້​ເວົ້າ​ກັບ​ອັບຣາຮາມ​ພໍ່​ຂອງ​ຕົນ​ວ່າ, “ພໍ່​ບໍ?” ອັບຣາຮາມ​ຕອບ​ວ່າ, “ມີ​ຫຍັງ​ບໍ​ລູກ?” ອີຊາກ​ຖາມ​ວ່າ, “ໄຟ ແລະ ຟືນ​ກໍ​ມີ​ຢູ່​ບ່ອນນີ້​ແລ້ວ, ແຕ່​ລູກ​ແກະ​ສຳລັບ​ເຜົາ​ບູຊາ​ນັ້ນ​ຢູ່​ໃສ?”
8 Abraham answered, "Our Father himself will provide the lamb for the burnt offering, my son." And the two walked on together. ອັບຣາຮາມ​ຕອບ​ວ່າ, “ລູກ​ເອີຍ, ພຣະເຈົ້າ​ຈະ​ຈັດຕຽມ​ລູກ​ແກະ​ສຳລັບ​ເຜົາບູຊາ​ໃຫ້​ເອງ”. ແລະ ທັງສອງ​ກໍ​ຍ່າງ​ຕໍ່ໄປ​ດ້ວຍ​ກັນ.
9 When they reached the place our Father had told him about, Abraham built the altar, arranged the wood, tied up his son Isaac, and laid him on the altar atop the wood. ເມື່ອ​ພວກເພິ່ນ​ມາ​ເຖິງ​ສະຖານທີ່ ເຊິ່ງ​ພຣະເຈົ້າ​ບອກ​ພວກເພິ່ນ​ໄວ້. ອັບຣາຮາມ​ກໍ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ແລະ ຈັດ​ຟືນ​ໃສ່​ເທິງ​ແທ່ນ​ນັ້ນ. ເພິ່ນ​ມັດ​ອີຊາກ​ລູກ​ຂອງ​ເພິ່ນ ແລະ ວາງ​ລາວ​ລົງ​ເທິງ​ກອງ​ຟືນ​ທີ່​ຢູ່​ເທິງ​ແທ່ນບູຊາ.
10 Then Abraham reached out his hand and took the knife to kill his son. ຈາກ​ນັ້ນ​ເພິ່ນ​ກໍ​ເດ່​ມື​ອອກໄປ​ຈັບ​ເອົາ​ມີດ​ມາ​ເພື່ອ​ຈະ​ຂ້າ​ລູກຊາຍ​ຂອງ​ຕົນ.
11 But our Father's messenger called to him from heaven, "Abraham! Abraham!" "Here I am," he answered. ແຕ່​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ໃສ່​ເພິ່ນ​ຈາກ​ສະຫວັນ​ວ່າ, “ອັບຣາຮາມ! ອັບຣາຮາມ!” ເພິ່ນ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້”.
12 "Don't lay a hand on the boy," he said. "Do nothing to him. Now I know you fear me, since you haven't held back your son, your only son, from me." ເທວະດາ​ກ່າວ​ວ່າ, “ຢ່າ​ເດ່​ມື​ໃສ່​ເດັກນ້ອຍ​ນັ້ນ, ຢ່າ​ເຮັດ​ສິ່ງໃດ​ແກ່​ລາວ​ເລີຍ. ບັດນີ້​ເຮົາ​ຮູ້​ແລ້ວ​ວ່າ​ເຈົ້າ​ຢຳເກງ​ພຣະເຈົ້າ, ເພາະ​ເຈົ້າ​ບໍ່​ໄດ້​ຫວງແຫນ​ລູກຊາຍ​ຂອງ​ເຈົ້າ​ຈາກ​ເຮົາ, ຄື​ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ເຈົ້າ”.
13 Abraham looked up and saw a ram behind him, caught by its horns in a thicket. He went, took the ram, and offered it as a burnt offering instead of his son. ອັບຣາຮາມ​ເງີຍ​ໜ້າ​ຂຶ້ນ ແລະ ຢູ່​ທີ່​ນັ້ນ​ເພິ່ນ​ໄດ້​ເຫັນ​ແກະ​ເຖິກ​ໂຕ​ໜຶ່ງ ເຊິ່ງ​ເຂົາ​ທັງ​ສອງ​ຂອງ​ມັນ​ເກາະ​ຄາ​ຢູ່​ກັບ​ພຸ່ມໄມ້. ເພິ່ນ​ຈຶ່ງ​ຍ່າງ​ໄປ​ຫາ​ແລ້ວ​ຈັບ​ແກະ​ນັ້ນ​ມາ​ຖວາຍ​ເປັນ​ເຄື່ອງເຜົາ​ບູຊາ​ແທນ​ລູກຊາຍ​ຂອງ​ເພິ່ນ.
14 Abraham named that place "The Father Will Provide," meaning "our Father will provide." To this day it is said, "On his mountain it will be provided." ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ໄດ້​ເອີ້ນ​ສະຖານທີ່​ນັ້ນ​ວ່າ, “ພຣະເຈົ້າ​ຢາເວ​ຈະ​ຈັດຕຽມ​ໃຫ້”. ແລະ ຍັງ​ເປັນ​ທີ່​ເວົ້າ​ກັນ​ຈົນ​ເຖິງ​ທຸກ​ວັນ​ນີ້​ວ່າ, “ສິ່ງ​ນັ້ນ​ຈະ​ຖືກ​ຈັດຕຽມ​ໄວ້​ເທິງ​ພູເຂົາ​ຂອງ​ພຣະເຈົ້າ​ຢາເວ”.
15 The messenger of our Father called to Abraham from heaven a second time, ແລ້ວ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ເອີ້ນ​ໃສ່​ອັບຣາຮາມ​ຈາກ​ສະຫວັນ​ເປັນ​ຄັ້ງ​ທີ​ສອງ
16 and said, "I swear by myself, declares our Father: because you have done this and not held back your son, your only son, ແລະ ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ປະກາດ​ວ່າ, ເຮົາ​ຂໍ​ປະຕິຍານ​ໂດຍ​ເຮົາ​ເອງ​ວ່າ, ເພາະ​ເຈົ້າ​ໄດ້​ເຮັດ​ເຊັ່ນ​ນີ້ ແລະ ບໍ່​ໄດ້​ຫວງແຫນ​ລູກຊາຍ​ຂອງ​ເຈົ້າ ຄື​ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ເຈົ້າ,
17 I will surely bless you and surely multiply your offspring like the stars of the sky and the sand on the seashore. Your offspring will possess the gate of his enemies, ເຮົາ​ຈະ​ອວຍພອນ​ເຈົ້າ​ແນ່ນອນ ແລະ ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ມີ​ຈຳນວນ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ເໝືອນ​ດັ່ງ​ເມັດຊາຍ​ທີ່​ຢູ່​ແຄມທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຄອບຄອງ​ເມືອງ​ຕ່າງໆ​ຂອງ​ບັນດາ​ສັດຕູ​ຂອງ​ພວກເຂົາ,
18 and through your offspring all nations of the earth will be blessed, because you obeyed my voice." ແລະ ທຸກ​ຊົນຊາດ​ເທິງ​ແຜ່ນດິນໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຊື້ອສາຍ​ຂອງ​ເຈົ້າ, ເພາະ​ເຈົ້າ​ໄດ້​ເຊື່ອຟັງ​ເຮົາ”.
19 Abraham returned to his young men, and they set out together for Beersheba. Abraham settled in Beersheba. ແລ້ວ​ອັບຣາຮາມ​ກໍ​ໄດ້​ກັບ​ມາ​ຫາ​ຄົນຮັບໃຊ້​ຂອງ​ເພິ່ນ ແລະ ພວກເພິ່ນ​ກໍ​ພາ​ກັນ​ເດີນທາງ​ກັບ​ໄປ​ຍັງ​ເບເອນເຊບາ. ແລະ ອັບຣາຮາມ​ກໍ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ເບເອນເຊບາ​ນັ້ນ.
20 Some time later, Abraham was told, "Milcah too has borne sons to your brother Nahor: ຕໍ່ມາ​ມີ​ຜູ້​ມາ​ບອກ​ອັບຣາຮາມ​ວ່າ, “ມີລະກາ​ກໍ​ໄດ້​ເປັນ​ແມ່​ແລ້ວ; ນາງ​ໄດ້​ເກີດ​ລູກຊາຍ​ຫລາຍ​ຄົນ​ໃຫ້​ແກ່​ນາໂຮ​ນ້ອງຊາຍ​ຂອງ​ທ່ານ​ຄື:
21 Uz the firstborn, Buz his brother, Kemuel (the father of Aram), ອູເຊ​ເປັນ​ລູກຊາຍກົກ, ບູເຊ​ເປັນ​ນ້ອງຊາຍ​ຂອງ​ລາວ ເກມູເອນ (ພໍ່​ຂອງ​ອາຣາມ),
22 Chesed, Hazo, Pildash, Jidlaph, and Bethuel." ເກເສັດ, ຮາໂຊ, ປິນດາດ, ຢິດລັບ ແລະ ເບທູເອນ”.
23 Bethuel became the father of Rebekah. These were the eight sons Milcah bore to Nahor, Abraham's brother. ເບທູເອນ​ເປັນ​ພໍ່​ຂອງ​ນາງ​ເຣເບກາ. ມີລະກາ​ໄດ້​ເກີດ​ລູກຊາຍ​ແປດ​ຄົນ​ນີ້​ແກ່​ນາໂຮ​ນ້ອງຊາຍ​ຂອງ​ອັບຣາຮາມ.
24 Nahor's concubine, whose name was Reumah, also bore children: Tebah, Gaham, Tahash, and Maacah. ເມຍນ້ອຍ​ຂອງ​ເພິ່ນ ຜູ້​ທີ່​ຊື່​ວ່າ​ຣູມາ ກໍ​ໄດ້​ເກີດ​ລູກຊາຍ​ເໝືອນກັນ​ຄື: ເຕບາ, ກາຮາມ, ຕາຮັດ ແລະ ມາອາກາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]