Skip to content
The Believer's Library

Biblica® Open Lao Contemporary Version

Genesis 17 OLCV

Show OLCV only
Verse × ×
1 When Abram was ninety-nine years old, our Father appeared to him and said, "I am El Shaddai—your Father Almighty. Walk before me and be blameless. ເມື່ອ​ອັບຣາມ​ມີ​ອາຍຸ​ໄດ້ 99 ປີ, ພຣະເຈົ້າ​ຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ ໄດ້​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ຈົ່ງ​ດຳເນີນ​ຊີວິດ​ຕໍ່ໜ້າ​ເຮົາ​ຢ່າງ​ສັດຊື່ ແລະ ບໍ່​ມີ​ຕຳໜິ.
2 And I will make my covenant between me and you, and I will multiply you exceedingly." ແລ້ວ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ຂອງ​ເຮົາ​ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ ຈະ​ເພີ່ມ​ຈຳນວນ​ເຊື້ອສາຍ​ຂອງ​ເຈົ້າ​ຂຶ້ນ​ຢ່າງ​ຫລວງຫລາຍ”.
3 Then Abram fell on his face, and our Father spoke with him, saying: ອັບຣາມ​ຈຶ່ງ​ກົ້ມໜ້າລົງ ແລະ ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ,
4 "As for me, my covenant is with you, and you will become father of a multitude of nations. “ສຳລັບ​ເຮົາ, ນີ້​ແມ່ນ​ພັນທະສັນຍາ​ຂອງ​ເຮົາ​ກັບ​ເຈົ້າ​ຄື: ເຈົ້າ​ຈະ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ.
5 Your name will no longer be Abram, but Abraham, for I have made you father of a multitude of nations. ເຈົ້າ​ຈະ​ບໍ່​ຖືກ​ເອີ້ນ​ວ່າ​ອັບຣາມ​ອີກ​ຕໍ່ໄປ, ເຈົ້າ​ຈະ​ມີ​ຊື່​ວ່າ​ອັບຣາຮາມ ເພາະ​ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ.
6 I will make you extremely fruitful; I will turn you into many nations, and kings will come from you. ເຮົາ​ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ; ເຮົາ​ຈະ​ໃຫ້​ຫລາຍ​ຊົນຊາດ​ເກີດ​ຂຶ້ນ​ມາ​ຈາກ​ເຈົ້າ ແລະ ບັນດາ​ກະສັດ​ທັງຫລາຍ​ຈະ​ມາ​ຈາກ​ເຈົ້າ.
7 I will establish my covenant between me and you and your descendants after you, for all generations—an everlasting covenant—to be Father to you and your descendants after you. ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຂອງ​ເຮົາ​ໄວ້​ເປັນ​ພັນທະສັນຍາ​ນິລັນດອນ​ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ​ຫລາຍ​ລຸ້ນ, ເພື່ອ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ.
8 I will give you and your descendants after you the land where you live as a foreigner—all the land of Canaan—as an eternal possession; and I will be their Father." ດິນແດນ​ການາອານ​ທັງໝົດ, ບ່ອນ​ທີ່​ເຈົ້າ​ອາໄສ​ຢູ່​ເໝືອນດັ່ງ​ຄົນຕ່າງດ້າວ​ນັ້ນ, ເຮົາ​ຈະ​ມອບ​ໃຫ້​ເຈົ້າ​ຄອບຄອງ​ຕະຫລອດໄປ ແລະ ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ; ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ”.
9 Then our Father said to Abraham, "As for you: keep my covenant, you and your children after you, throughout their generations. ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, “ສຳລັບ​ເຈົ້າ​ນັ້ນ, ເຈົ້າ​ຕ້ອງ​ຮັກສາ​ພັນທະສັນຍາ​ຂອງ​ເຮົາ, ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ​ຕະຫລອດ​ຄົນ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ​ຫລາຍ​ລຸ້ນ.
10 This is my covenant to keep, between me and you and your descendants after you: every male among you must be circumcised. ນີ້​ຄື​ພັນທະສັນຍາ​ຂອງ​ເຮົາ​ກັບ​ເຈົ້າ ແລະ ກັບ​ເຊື້ອສາຍ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ, ເປັນ​ພັນທະສັນຍາ​ທີ່​ເຈົ້າ​ຈະ​ຕ້ອງ​ຮັກສາ​ຄື: ຊາຍ​ທຸກຄົນ​ໃນ​ທ່າມກາງ​ພວກເຈົ້າ​ຈະ​ຕ້ອງ​ຮັບ​ພິທີຕັດ.
11 Circumcise the flesh of your foreskin; it will be the sign of the covenant between me and you. ເຈົ້າ​ຈະ​ຕ້ອງ​ຜ່ານ​ການ​ຮັບ​ພິທີຕັດ ແລະ ນີ້​ຈະ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ​ລະຫວ່າງ​ເຮົາ​ກັບ​ເຈົ້າ.
12 Every male among you, generation after generation, must be circumcised at eight days old—whether born in your house or bought with silver from a foreigner not your own offspring. ສຳລັບ​ຄົນ​ລຸ້ນ​ທີ່​ຈະ​ມາ​ເຖິງ​ນັ້ນ ຜູ້ຊາຍ​ທຸກຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ອາຍຸ​ແປດ​ວັນ​ຈະ​ຕ້ອງ​ຮັບ​ພິທີຕັດ, ລວມ​ທັງ​ຄົນ​ທີ່​ເກີດ​ໃນ​ຄອບຄົວ​ຂອງ​ເຈົ້າ ຫລື ໄດ້​ຊື້​ດ້ວຍ​ເງິນ​ຈາກ​ຄົນຕ່າງດ້າວ ຄື​ຄົນ​ເຫລົ່ານັ້ນ​ທີ່​ບໍ່ແມ່ນ​ເຊື້ອສາຍ​ຂອງ​ເຈົ້າ.
13 Everyone born in your house or bought with your money must be circumcised. My covenant will be in your flesh, an everlasting covenant. ບໍ່​ວ່າ​ຈະ​ເປັນ​ຄົນ​ທີ່​ເກີດ​ໃນ​ຄົວເຮືອນ​ຂອງ​ເຈົ້າ ຫລື ເຈົ້າ​ຊື້​ມາ​ດ້ວຍ​ເງິນ, ພວກເຂົາ​ຕ້ອງ​ຮັບ​ພິທີຕັດ. ພັນທະສັນຍາ​ຂອງ​ເຮົາ​ທີ່​ຢູ່​ໃນ​ເນື້ອກາຍ​ຂອງ​ເຈົ້າ​ຈະ​ເປັນ​ພັນທະສັນຍາ​ນິລັນດອນ.
14 Any uncircumcised male not circumcised in his foreskin's flesh will be cut off from his people—he has broken my covenant." ຜູ້ຊາຍ​ຄົນໃດ​ທີ່​ບໍ່​ຮັບ​ພິທີຕັດ, ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຝ່າຍ​ເນື້ອກາຍ ຈະ​ຖືກ​ຕັດ​ອອກ​ຈາກ​ຊົນຊາດ​ຂອງ​ຕົນ; ເພາະ​ລາວ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ເຮົາ”.
15 Then our Father said to Abraham, "Don't call your wife Sarai anymore—her name is Sarah. ພຣະເຈົ້າ​ໄດ້​ກ່າວ​ກັບ​ອັບຣາຮາມ​ເໝືອນກັນ​ວ່າ, “ສ່ວນ​ນາງ​ຊາຣາຍ​ເມຍ​ຂອງ​ເຈົ້າ​ນັ້ນ, ເຈົ້າ​ຈະ​ບໍ່​ໄດ້​ເອີ້ນ​ວ່າ​ນາງ​ຊາຣາຍ​ອີກ​ຕໍ່ໄປ; ນາງ​ຈະ​ມີ​ຊື່​ວ່າ​ຊາຣາ.
16 I will bless her and indeed give you a son by her. I will bless her—she will become nations; kings of peoples will come from her." ເຮົາ​ຈະ​ອວຍພອນ​ນາງ ແລະ ຈະ​ໃຫ້​ນາງ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ແກ່​ເຈົ້າ​ຢ່າງ​ແນ່ນອນ. ເຮົາ​ຈະ​ອວຍພອນ​ນາງ​ເພື່ອ​ວ່າ​ນາງ​ຈະ​ເປັນ​ແມ່​ຂອງ​ຊົນຊາດ​ທັງຫລາຍ; ບັນດາ​ກະສັດ​ຂອງ​ປະຊາຊົນ​ທັງຫລາຍ​ຈະ​ມາ​ຈາກ​ນາງ”.
17 Abraham fell on his face, laughing, and said to himself, "Can a son be born to a man who is one hundred years old? Can ninety-year-old Sarah give birth?" ອັບຣາຮາມ​ກົ້ມໜ້າລົງ; ເພິ່ນ​ຫົວຂວັນ ແລະ ເວົ້າ​ກັບ​ຕົນ​ເອງ​ວ່າ, “ຊາຍ​ອາຍຸ​ຮ້ອຍ​ປີ​ຈະ​ມີ​ລູກຊາຍ​ໄດ້​ຢູ່​ບໍ? ແລະ ຊາຣາ​ຈະ​ເກີດ​ລູກ​ເມື່ອ​ອາຍຸ​ເກົ້າສິບ​ບໍ?”
18 Then Abraham said to our Father, "If only Ishmael might live in your presence!" ແລະ ອັບຣາຮາມ​ຕອບ​ພຣະເຈົ້າ​ວ່າ, “ຂໍ​ພຽງ​ແຕ່​ໃຫ້​ອິດຊະມາເອນ​ໄດ້​ດຳລົງຊີວິດ​ຢູ່​ພາຍໃຕ້​ພອນ​ຂອງ​ພຣະອົງ!”
19 But our Father said, "No, your wife Sarah will bear you a son, and you will name him Isaac. I will confirm my covenant with him, an everlasting covenant for his descendants after him. ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ວ່າ, ແມ່ນແລ້ວ, “ແຕ່​ຊາຣາ​ເມຍ​ຂອງ​ເຈົ້າ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເຈົ້າ ແລະ ເຈົ້າ​ຈະ​ເອີ້ນ​ລາວ​ວ່າ​ອີຊາກ. ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຂອງ​ເຮົາ​ກັບ​ລາວ ເຊິ່ງ​ເປັນ​ພັນທະສັນຍາ​ນິລັນດອນ​ແກ່​ເຊື້ອສາຍ​ຂອງ​ລາວ​ທີ່​ຈະ​ມາ​ພາຍຫລັງ​ລາວ.
20 As for Ishmael, I have heard you. I will bless him, make him fruitful, and multiply him exceedingly. He will father twelve leaders, and I will make him into a great nation. ແລະ ສຳລັບ​ອິດຊະມາເອນ​ນັ້ນ, ເຮົາ​ໄດ້​ຍິນ​ເຈົ້າ: ເຮົາ​ຈະ​ອວຍພອນ​ລາວ​ແນ່ນອນ; ເຮົາ​ຈະ​ເຮັດ​ໃຫ້​ລາວ​ມີ​ລູກຫລານ ແລະ ຈະ​ເພີ່ມ​ຈຳນວນ​ຄົນ​ຂອງ​ລາວ​ຂຶ້ນ​ຢ່າງ​ຫລວງຫລາຍ. ລາວ​ຈະ​ເປັນ​ບິດາ​ຂອງ​ຜູ້ປົກຄອງ​ສິບສອງ​ຄົນ ແລະ ເຮົາ​ຈະ​ເຮັດ​ໃຫ້​ລາວ​ເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.
21 But I will confirm my covenant with Isaac, whom Sarah will bear you at this time next year." ແຕ່​ພັນທະສັນຍາ​ຂອງ​ເຮົາ​ນັ້ນ ເຮົາ​ຈະ​ຕັ້ງ​ຂຶ້ນ​ກັບ​ອີຊາກ, ຜູ້​ທີ່​ນາງ​ຊາຣາ​ຈະ​ເກີດ​ໃຫ້​ເຈົ້າ​ປີ​ໜ້າ​ໃນ​ຊ່ວງ​ເວລາ​ນີ້”.
22 When he had finished speaking with Abraham, our Father went up from him. ເມື່ອ​ພຣະອົງ​ເວົ້າ​ກັບ​ອັບຣາຮາມ​ຈົບ​ແລ້ວ, ພຣະເຈົ້າ​ກໍ​ຂຶ້ນ​ໄປ​ຈາກ​ເພິ່ນ.
23 Then Abraham took Ishmael his son, everyone born in his household, and everyone bought with his money—every male in Abraham's household—and circumcised the flesh of their foreskins that very day, as our Father had told him. ໃນ​ວັນ​ດຽວ​ກັນ​ນັ້ນ ອັບຣາຮາມ​ກໍ​ນຳ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ ແລະ ຜູ້ຊາຍ​ທຸກຄົນ​ທີ່​ເກີດ​ໃນ​ຄົວເຮືອນ​ຂອງ​ເພິ່ນ ຫລື ຊື້​ດ້ວຍ​ເງິນ​ຂອງ​ເພິ່ນ​ມາ, ແລ້ວ​ໃຫ້​ພວກເຂົາ​ຮັບ​ພິທີຕັດ, ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ເພິ່ນ​ໄວ້.
24 Abraham was ninety-nine years old when he was circumcised in the flesh of his foreskin. ອັບຣາຮາມ​ໄດ້​ຮັບ​ພິທີຕັດ​ເມື່ອ​ເພິ່ນ​ມີ​ອາຍຸ​ໄດ້ 99 ປີ,
25 His son Ishmael was thirteen when he was circumcised in the flesh of his foreskin. ສ່ວນ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ​ມີ​ອາຍຸ​ໄດ້ 13 ປີ;
26 On that very day Abraham and Ishmael his son were circumcised. ອັບຣາຮາມ​ກັບ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຮັບ​ພິທີຕັດ​ໃນ​ມື້​ດຽວ​ກັນ.
27 All the men of his household—house-born and bought with silver from a foreigner—were circumcised with him. ແລະ ຜູ້ຊາຍ​ທຸກຄົນ​ໃນ​ຄົວເຮືອນ​ຂອງ​ອັບຣາຮາມ, ລວມທັງ​ຄົນ​ທີ່​ເກີດ​ໃນ​ຄົວເຮືອນ​ຂອງ​ເພິ່ນ ຫລື ຊື້​ມາ​ຈາກ​ຄົນ​ຕ່າງດ້າວ​ກໍ​ໄດ້​ຮັບ​ພິທີຕັດ​ດ້ວຍ​ກັນ​ກັບ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]