Skip to content
The Believer's Library

Biblica® Open Lao Contemporary Version

Ecclesiastes 2 OLCV

Show OLCV only
Verse × ×
1 In my heart I said, "Come, I'll test you with pleasure; enjoy what's good." But this too was fleeting. ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນ​ເອງ​ວ່າ, “ມາ, ເຮົາ​ຈະ​ທົດສອບ​ຕົນ​ເອງ​ດ້ວຍ​ການ​ມ່ວນຊື່ນ​ສະໜຸກສະໜານ​ລອງ​ເບິ່ງ ເພື່ອ​ຈະ​ໄດ້​ພົບ​ສິ່ງ​ດີໆ”. ແຕ່​ນັ້ນ​ກໍ​ພິສູດ​ວ່າ ອັນ​ນີ້​ກໍ​ອະນິຈັງ​ອີກ.
2 I said of laughter, "It is madness," and of pleasure, "What does it accomplish?" ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ການ​ຫົວຂັວນ​ກໍ​ບ້າ ແລະ ຄວາມ​ສະໜຸກສະໜານ​ນັ້ນ​ມີ​ປະໂຫຍດ​ອັນໃດ?”
3 I explored in my heart how to cheer my body with wine—my heart still guiding me with wisdom—and to grasp foolishness, until I might see what is good for people to do under heaven the few days of their lives. ຂ້າພະເຈົ້າ​ພະຍາຍາມ​ເຮັດ​ຕົນ​ເອງ​ເບີກບານ​ດ້ວຍ​ເຫລົ້າ​ອະງຸ່ນ ແລະ ຍອມ​ເຮັດ​ຫຍັງ​ທີ່​ໂງ່ ແຕ່​ຈິດໃຈ​ກໍ​ຍັງ​ນຳ​ຂ້າພະເຈົ້າ​ດ້ວຍ​ສະຕິປັນຍາ ຂ້າພະເຈົ້າ​ຢາກ​ຈະ​ເບິ່ງ​ວ່າ​ມີ​ຫຍັງ​ດີໆ​ແດ່​ທີ່​ໃຫ້​ຄົນ​ເຮົາ​ພາ​ກັນ​ເຮັດ​ຢູ່​ພາຍໃຕ້​ຟ້າ​ສະຫວັນ​ໃນ​ຊົ່ວ​ອາຍຸ​ສັ້ນໆ​ຂອງ​ຕົນ.
4 I undertook great works. I built houses for myself and planted vineyards. ຂ້າພະເຈົ້າ​ດຳເນີນ​ໂຄງການ​ໃຫຍ່ໆ​ຄື: ສ້າງ​ບ້ານ​ໃຫ້​ໂຕ​ເອງ​ຫລາຍ​ຫລັງ ແລະ ເຮັດ​ສວນ​ອະງຸ່ນ​ຫລາຍ​ແຫ່ງ.
5 I made myself gardens and parks, and planted in them all kinds of fruit trees. ຂ້າພະເຈົ້າ​ໄດ້​ເຮັດ​ສວນ ແລະ ປູກ​ຕົ້ນໄມ້​ກິນ​ໝາກ​ທຸກ​ຊະນິດ​ໃນ​ສວນ​ເຫລົ່ານັ້ນ.
6 I made myself pools of water to irrigate a forest of growing trees. ຂ້າພະເຈົ້າ​ໄດ້​ເຮັດ​ແຫລ່ງ​ເກັບ​ນ້ຳ ເພື່ອ​ໃຊ້​ຫົດ​ຕົ້ນ​ໄມ້​ທີ່​ກຳລັງ​ງອກ​ງາມ.
7 I bought male and female slaves, and had home-born slaves too. I owned larger herds and flocks than anyone before me in Jerusalem. ຂ້າພະເຈົ້າ​ໄດ້​ຊື້​ຂ້າທາດ​ຊາຍ​ຍິງ​ຫລາຍ​ຄົນ ແລະ ມີ​ຂ້າທາດ​ອື່ນໆ​ອີກ​ທີ່​ເກີດ​ໃນ​ຄົວ​ເຮືອນ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຍັງ​ມີ​ຝູງ​ສັດ​ຫລາຍ​ກວ່າ​ທຸກ​ຄົນ​ໃນ​ເຢຣູຊາເລັມ​ທີ່​ຢູ່​ມາ​ກ່ອນ​ໜ້າ​ຂ້າພະເຈົ້າ.
8 I gathered for myself silver and gold, the treasure of kings and provinces. I got male and female singers, and men's delights—many concubines. ຂ້າພະເຈົ້າ​ສະສົມ​ເງິນ ແລະ ຄຳ​ໄວ້​ສຳລັບ​ຕົນ​ເອງ ແລະ ສະສົມ​ຊັບສົມບັດ​ຂອງ​ກະສັດ ແລະ ຫົວເມືອງ​ທັງຫລາຍ. ຂ້າພະເຈົ້າ​ຈັດ​ໃຫ້​ມີ​ນັກຮ້ອງ​ຊາຍ​ຍິງ ແລະ ຮາ​ເລັມ ເຊິ່ງ​ເປັນ​ສິ່ງ​ຖືກ​ໃຈ​ຜູ້​ຊາຍ.
9 So I became great, greater than all before me in Jerusalem; and my wisdom stayed with me. ຂ້າພະເຈົ້າ​ກາຍ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ທຸກ​ຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ​ກ່ອນ​ໜ້າ​ຂ້າພະເຈົ້າ. ຂ້າພະເຈົ້າ​ມີ​ສະຕິປັນຍາ​ຢູ່​ກັບ​ຕົວ​ໃນ​ທຸກ​ສິ່ງ​ເຫລົ່ານີ້.
10 Whatever my eyes wanted I did not withhold. I refused my heart no joy, for my heart delighted in all my work, and this was my reward for all my work. ຕາ​ຂອງ​ຂ້າພະເຈົ້າ​ປາຖະໜາ​ຢາກ​ຈະ​ເບິ່ງ​ອັນໃດ ຂ້າພະເຈົ້າ​ກໍ​ບໍ່​ໄດ້​ປະຕິເສດ; ໃຈ​ຂອງ​ຂ້າພະເຈົ້າ​ຢາກ​ຈະ​ສະໜຸກສະໜານ​ຢ່າງ​ໃດ ຂ້າພະເຈົ້າ​ກໍ​ບໍ່​ຫ້າມ. ໃຈ​ຂອງ​ຂ້າພະເຈົ້າ​ຍິນດີ​ກັບ​ການ​ງານ​ທັງໝົດ​ທີ່​ຕົນ​ໄດ້​ເຮັດ, ແລະ ນີ້​ແມ່ນ​ລາງວັນ​ຈາກ​ການ​ເຮັດ​ວຽກ​ໜັກ​ຂອງ​ຂ້າພະເຈົ້າ.
11 Then I surveyed all my hands had done and the toil I spent doing it, and it was all fleeting, chasing wind; nothing was gained under the sun. ເຖິງ​ປານ​ນັ້ນ ເມື່ອ​ຂ້າພະເຈົ້າ​ໄດ້​ສຳຫລວດ​ເບິ່ງ​ທຸກ​ສິ່ງ​ທີ່​ໄດ້​ເຮັດ​ໄປ ແລະ ທຸກ​ສິ່ງ​ທີ່​ໄດ້​ທຸ້ມເທ​ເພື່ອ​ໃຫ້​ໄດ້​ມາ, ທຸກ​ສິ່ງ​ກໍ​ລ້ວນ​ແຕ່​ອະນິຈັງ ເໝືອນ​ແລ່ນ​ໄລ່​ຕາມ​ລົມ; ບໍ່​ມີ​ປະໂຫຍດ​ຫຍັງ​ພາຍໃຕ້​ດວງ​ຕາເວັນ.
12 So I turned to consider wisdom, madness, and foolishness. For what can the king's successor do? Only what has already been done. ແລ້ວ​ຂ້າພະເຈົ້າ​ຈຶ່ງ​ຫັນ​ໄປ​ພິຈາລະນາ​ສະຕິປັນຍາ, ກັບ​ຄວາມ​ບ້າ ແລະ ຄວາມ​ໂງ່​ຈ້າ ກະສັດ​ຜູ້​ຄອງລາດ​ຕໍ່​ຈາກ​ກະສັດ​ຈະ​ເຮັດ​ຫຍັງ​ໄດ້ ນອກ​ຈາກ​ສິ່ງ​ທີ່​ເຄີຍ​ພາ​ກັນ​ເຮັດ​ມາ​ກ່ອນ​ແລ້ວ?
13 I saw that wisdom has more gain than foolishness, as light has more than darkness. ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ສະຕິປັນຍາ​ກໍ​ດີ​ກວ່າ​ຄວາມ​ໂງ່​ຈ້າ, ເໝືອນ​ກັນ​ກັບ​ແສງສະຫວ່າງ​ກໍ​ດີ​ກວ່າ​ຄວາມ​ມືດ.
14 The wise person has eyes in his head, but the fool walks in darkness. And yet I perceived that the same fate befalls them all. ຄົນ​ສະຫລາດ​ກໍ​ມີ​ຕາ​ຢູ່​ໃນ​ສະໝອງ​ຂອງ​ຕົນ, ຂະນະ​ທີ່​ຄົນ​ໂງ່​ຈ້າ​ເດີນ​ຢູ່​ໃນ​ຄວາມ​ມືດ; ແຕ່​ຂ້າພະເຈົ້າ​ໄດ້​ຮູ້​ວ່າ ຊະຕາກຳ​ດຽວ​ກັນ​ເກີດ​ຂຶ້ນ​ກັບ​ທັງ​ສອງ.
15 Then I thought, "The fool's fate is mine too. So why have I been so very wise?" And I decided this too is fleeting. ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນ​ເອງ​ວ່າ, “ຊະຕາກຳ​ທີ່​ເກີດ​ກັບ​ຄົນ​ໂງ່​ກໍ​ຈະ​ເກີດ​ກັບ​ເຮົາ​ເໝືອນ​ກັນ. ດັ່ງນັ້ນ ເຮົາ​ຈະ​ໄດ້​ຫຍັງ​ຈາກ​ການ​ເປັນ​ຄົນ​ສະຫລາດ?” ຂ້າພະເຈົ້າ​ບອກ​ຕົນ​ເອງ​ວ່າ, “ອັນ​ນີ້​ກໍ​ອະນິຈັງ​ເໝືອນ​ກັນ”.
16 The wise, like the fool, will not be remembered for long; in days to come both are forgotten. How the wise die just like fools! ເພາະ​ຄົນ​ສະຫລາດ​ກໍ​ຄື​ກັບ​ຄົນ​ໂງ່, ຈະ​ບໍ່​ຢູ່​ໃນ​ຄວາມ​ຊົງຈຳ​ດົນ; ວັນ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ​ເມື່ອ​ທັງ​ສອງ​ຖືກ​ລືມ. ຄົນ​ສະຫລາດ​ກໍ​ຕ້ອງ​ຕາຍ​ຄື​ກັນ​ກັບ​ຄົນ​ໂງ່!
17 So I hated life, because the work done under the sun grieved me; it is all fleeting, a chasing after wind. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ກຽດຊັງ​ຊີວິດ, ເພາະ​ວຽກ​ງານ​ທີ່​ໄດ້​ເຮັດ​ພາຍໃຕ້​ດວງ​ຕາເວັນ​ເປັນ​ຄວາມທຸກ​ແກ່​ຂ້າພະເຈົ້າ. ທຸກ​ສິ່ງ​ແມ່ນ​ລ້ວນ​ແຕ່​ອະນິຈັງ, ເໝືອນ​ແລ່ນ​ໄລ່​ຕາມ​ລົມ.
18 I hated all my labor under the sun, since I must leave it to the one after me. ຂ້າພະເຈົ້າ​ກຽດຊັງ​ທຸກ​ສິ່ງ​ທີ່​ຕົນ​ເອງ​ໄດ້​ເຮັດ​ພາຍ​ໃຕ້​ດວງ​ຕາເວັນ, ເພາະ​ຂ້າພະເຈົ້າ​ຈະ​ຕ້ອງ​ປະ​ສິ່ງ​ເຫລົ່ານັ້ນ​ໄວ້​ໃຫ້​ຄົນ​ທີ່​ມາ​ພາຍຫລັງ​ຂ້າພະເຈົ້າ.
19 Who knows if he will be wise or a fool? Yet he will control all I worked for with my wisdom under the sun. This too is fleeting. ແລະ ຜູ້ໃດ​ຈະ​ຮູ້​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຄົນ​ໂງ່ ຫລື ສະຫລາດ? ເຖິງ​ປານ​ນັ້ນ ພວກເຂົາ​ກໍ​ຈະ​ໄດ້​ຄອບຄອງ​ຜົນງານ​ທັງໝົດ​ທີ່​ຂ້າພະເຈົ້າ​ໄດ້​ທຸ້ມເທ​ຄວາມ​ພະຍາຍາມ ແລະ ຄວາມ​ຊຳນານ​ພາຍໃຕ້​ດວງ​ຕາເວັນ. ນີ້​ກໍ​ອະນິຈັງ​ເໝືອນ​ກັນ.
20 So I gave my heart up to despair over all the toil I labored at under the sun. ດັ່ງນັ້ນ ຈິດໃຈ​ຂອງ​ຂ້າພະເຈົ້າ​ຈຶ່ງ​ໝົດ​ຫວັງ​ຕໍ່​ການ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ທັງໝົດ​ຂອງ​ຕົນ​ພາຍໃຕ້​ດວງ​ຕາເວັນ.
21 One may work with wisdom, knowledge, and skill, yet must leave it all to be enjoyed by someone who never worked for it. This too is fleeting, a great evil. ເພາະ​ຄົນ​ໜຶ່ງ​ອາດ​ເຮັດ​ວຽກ​ດ້ວຍ​ສະຕິປັນຍາ, ຄວາມຮູ້ ແລະ ຄວາມ​ຊຳນານ, ແຕ່​ກໍ​ຕ້ອງ​ປະຖິ້ມ​ທຸກສິ່ງ​ທີ່​ຕົນ​ມີ​ໃຫ້​ອີກ​ຄົນ​ທີ່​ບໍ່​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ. ນີ້​ກໍ​ອະນິຈັງ​ເໝືອນ​ກັນ ແລະ ໂຊກ​ຮ້າຍ​ທີ່​ສຸດ.
22 What does a person gain from all the toil and striving of heart he labors at under the sun? ຄົນ​ເຮົາ​ໄດ້​ປະໂຫຍດ​ອັນໃດ​ຈາກ​ການ​ດິ້ນຮົນ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ພາຍໃຕ້​ດວງ​ຕາເວັນ?
23 All his days bring sorrow, his work grief; even at night his mind gets no rest. This too is fleeting. ຕະຫລອດ​ຊີວິດ​ຂອງ​ພວກເຂົາ ວຽກ​ງານ​ກໍ​ເປັນ​ຄວາມ​ເຈັບປວດ ແລະ ຄວາມ​ທຸກ; ແມ່ນ​ແຕ່​ຕອນ​ກາງຄືນ​ໃຈ​ຂອງ​ພວກເຂົາ​ກໍ​ບໍ່​ສະຫງົບ. ນີ້​ກໍ​ອະນິຈັງ​ເໝືອນ​ກັນ.
24 Nothing is better for a person than to eat, drink, and enjoy his work. This too, I saw, is from God's hand, ຄົນ​ເຮົາ​ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ການ​ກິນ​ກັບ​ການ​ດື່ມ ແລະ ພໍໃຈ​ໃນ​ການ​ເຮັດ​ວຽກ​ຢ່າງໜັກໜ່ວງ​ຂອງ​ຕົນ. ນີ້​ກໍ​ເໝືອນ​ກັນ, ຂ້າພະເຈົ້າ​ກໍ​ເຫັນ​ວ່າ, ສິ່ງ​ນີ້​ແມ່ນ​ມາ​ຈາກ​ມື​ຂອງ​ພຣະເຈົ້າ,
25 for apart from him, who can eat or who can find enjoyment? ເພາະ​ຖ້າ​ປາດສະຈາກ​ພຣະອົງ​ແລ້ວ, ຜູ້ໃດ​ຈະ​ກິນ ຫລື ຫາ​ຄວາມ​ມ່ວນຊື່ນ​ໄດ້?
26 God gives wisdom, knowledge, and joy to the person who pleases him, but to the sinner he gives the work of gathering and collecting, only to hand it to one who pleases God. This too is fleeting, chasing wind. ພຣະເຈົ້າ​ມອບ​ສະຕິປັນຍາ, ຄວາມຮູ້ ແລະ ຄວາມສຸກ​ໃຫ້​ແກ່​ຄົນ​ທີ່​ພຣະອົງ​ພໍໃຈ, ແຕ່​ສຳລັບ​ຄົນບາບ ພຣະອົງ​ມອບ​ວຽກ​ໃຫ້​ພວກເຂົາ​ຮວບຮວມ ແລະ ສະສົມ​ຊັບສົມບັດ ເພື່ອ​ຈະ​ມອບ​ໃຫ້​ແກ່​ຄົນ​ທີ່​ພຣະເຈົ້າ​ພໍໃຈ. ນີ້​ກໍ​ອະນິຈັງ ເໝືອນ​ແລ່ນ​ໄລ່​ຕາມ​ລົມ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]