Skip to content
The Believer's Library

Biblica® Open Lao Contemporary Version

Acts 25 OLCV

Show OLCV only
Verse × ×
1 Now three days after Festus had arrived in the province, he went up to Jerusalem from Caesarea. ເມື່ອ​ເຟຊະໂຕ​ມາ​ຮອດ​ແຂວງ​ນັ້ນ​ໄດ້​ສາມ​ວັນ​ແລ້ວ, ເພິ່ນ​ກໍ​ອອກ​ຈາກ​ເມືອງ​ກາຍຊາເຣຍ​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ,
2 There the chief priests and Jewish leaders presented their case against Paul and kept urging him, ບ່ອນ​ທີ່​ບັນດາ​ຫົວໜ້າ​ປະໂລຫິດ ແລະ ບັນດາ​ຜູ້ນຳ​ຊາວຢິວ​ມາ​ປາກົດ​ຕໍ່ໜ້າ​ເພິ່ນ ແລະ ພວກເຂົາ​ຍື່ນ​ຟ້ອງ​ໂປໂລ.
3 requesting a favor against him—that he summon Paul to Jerusalem. They were setting an ambush to kill him on the road. ພວກເຂົາ​ຂໍຮ້ອງ​ເຟຊະໂຕ​ໃຫ້​ເຫັນ​ແກ່​ພວກເຂົາ, ໂດຍ​ໃຫ້​ຍ້າຍ​ໂປໂລ​ມາ​ທີ່​ເຢຣູຊາເລັມ, ເພາະວ່າ​ພວກເຂົາ​ຕຽມ​ແຜນການ​ຈະ​ລັດ​ຂ້າ​ໂປໂລ​ກາງທາງ.
4 Festus replied that Paul was held at Caesarea, and he himself would leave shortly. ເຟຊະໂຕ​ຕອບ​ວ່າ, “ໂປໂລ​ຖືກ​ຄຸມ​ໂຕ​ຢູ່​ທີ່​ເມືອງ​ກາຍຊາເຣຍ ແລະ ເຮົາ​ເອງ​ກໍ​ກຳລັງ​ຈະ​ໄປ​ທີ່​ນັ້ນ​ໃນ​ໄວໆ​ນີ້
5 "So," he said, "let those among you who are able go down with me and accuse the man, if there is anything wrong with him." ຈົ່ງ​ໃຫ້​ຜູ້ນຳ​ບາງຄົນ​ໄປ​ກັບ​ເຮົາ ແລະ ຖ້າ​ລາວ​ໄດ້​ເຮັດ​ຜິດ​ປະການ​ໃດ, ພວກເຂົາ​ສາມາດ​ຍື່ນ​ຟ້ອງ​ລາວ​ຢູ່​ທີ່​ນັ້ນ”.
6 Festus stayed with them no more than eight or ten days, then went down to Caesarea. The next day he took the judge's seat and ordered Paul brought in. ຫລັງຈາກ​ພັກ​ຢູ່​ກັບ​ພວກເຂົາ​ໄດ້​ແປດ​ຫາ​ສິບ​ວັນ​ແລ້ວ, ເຟຊະໂຕ​ກໍ​ລົງ​ໄປ​ທີ່​ເມືອງ​ກາຍຊາເຣຍ. ໃນ​ວັນ​ຕໍ່ມາ ເຟຊະໂຕ​ນັ່ງ​ໃນ​ສານ​ພິຈາລະນາ​ຄະດີ ແລະ ສັ່ງ​ໃຫ້​ນຳ​ເອົາ​ໂປໂລ​ເຂົ້າ​ມາ​ຊ້ອງໜ້າ​ເພິ່ນ.
7 When Paul arrived, the Jews from Jerusalem surrounded him, bringing many serious charges they couldn't prove. ເມື່ອ​ໂປໂລ​ເຂົ້າ​ມາ​ແລ້ວ, ພວກ​ຢິວ​ທີ່​ລົງ​ມາ​ຈາກ​ເຢຣູຊາເລັມ​ກໍ​ເຂົ້າ​ໄປ​ຢືນ​ອ້ອມ​ໂປໂລ​ໄວ້. ພວກເຂົາ​ນຳ​ເອົາ​ຂໍ້​ກ່າວຫາ​ທີ່​ຮ້າຍແຮງ​ຫລາຍ​ປະການ​ຕໍ່ສູ້​ໂປໂລ, ແຕ່​ພວກເຂົາ​ບໍ່​ສາມາດ​ພິສູດ​ໄດ້.
8 Paul answered in his defense: "I have done no wrong against the Jewish law, the temple, or Caesar." ແລ້ວ​ໂປໂລ​ຈຶ່ງ​ແກ້​ຂໍ້​ກ່າວຫາ​ວ່າ: “ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ກົດບັນຍັດ​ຂອງ​ຢິວ ຫລື ຕໍ່​ວິຫານ ຫລື ຕໍ່​ກາຍຊາ”.
9 But Festus, wanting to please the Jews, asked Paul, "Will you go up to Jerusalem and be tried there before me on these charges?" ເຟຊະໂຕ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ເຕັມໃຈ​ຈະ​ຂຶ້ນ​ໄປ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຕາມ​ຂໍ້​ກ່າວຫາ​ເຫລົ່ານີ້​ຕໍ່ໜ້າ​ເຮົາ​ຢູ່​ທີ່​ນັ້ນ​ບໍ?”
10 Paul said, "I stand before Caesar's tribunal, where I must be judged. I've done the Jews no wrong, as you yourself know very well. ໂປໂລ​ຕອບ​ວ່າ: “ຂະນະ​ນີ້​ຂ້າພະເຈົ້າ​ກໍ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ສານ​ຂອງ​ກາຍຊາ ເຊິ່ງ​ເປັນ​ບ່ອນ​ທີ່​ຂ້າພະເຈົ້າ​ສົມຄວນ​ຈະ​ຖືກ​ສືບສວນ​ຢູ່​ແລ້ວ. ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ພວກ​ຢິວ​ຕາມ​ທີ່​ທ່ານ​ເອງ​ກໍ​ຮູ້​ດີ,
11 If I've done wrong, done something deserving death, I won't refuse to die. But if these men's charges against me are groundless, no one can hand me over to them. I appeal to Caesar." ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ຜິດ​ອັນໃດ​ທີ່​ສົມຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ, ຂ້າພະເຈົ້າ​ກໍ​ຍອມຕາຍ​ໂດຍ​ບໍ່​ຂັດຂືນ​ເລີຍ. ແຕ່​ຖ້າ​ຂໍ້​ກ່າວຫາ​ຂອງ​ຊາວຢິວ​ເຫລົ່ານີ້​ບໍ່​ເປັນ​ຄວາມ​ຈິງ​ແລ້ວ, ກໍ​ບໍ່​ມີ​ຜູ້ໃດ​ມີ​ສິດ​ມອບ​ຂ້າພະເຈົ້າ​ໃຫ້​ພວກເຂົາ. ຂ້າພະເຈົ້າ​ຂໍ​ອຸທອນ​ໄປ​ເຖິງ​ກາຍຊາ!”
12 After consulting his council, Festus answered, "You appealed to Caesar; to Caesar you will go." ຫລັງຈາກ​ເຟຊະໂຕ​ຫາລື​ກັບ​ຄະນະ​ທີ່ປຶກສາ​ແລ້ວ, ເພິ່ນ​ກໍ​ປະກາດ​ວ່າ: “ເຈົ້າ​ໄດ້​ອຸທອນ​ໄປ​ເຖິງ​ກາຍຊາ, ເຈົ້າ​ກໍ​ຕ້ອງ​ໄປ​ຫາ​ກາຍຊາ!”
13 Some days later, King Agrippa and Bernice came to Caesarea and greeted Festus. ສອງ​ສາມ​ວັນ​ຕໍ່ມາ ກະສັດ​ອັກຄຣີປາ​ກັບ​ນາງ​ເບນີເກ​ກໍ​ມາ​ຢ້ຽມ​ຄຳນັບ​ເຟຊະໂຕ​ທີ່​ເມືອງ​ກາຍຊາເຣຍ.
14 As they spent many days there, Festus presented Paul's case to the king: "Felix left a man here as a prisoner. ເນື່ອງຈາກ​ພວກເພິ່ນ​ຢູ່​ທີ່​ນັ້ນ​ຫລາຍ​ວັນ, ເຟຊະໂຕ​ຈຶ່ງ​ປຶກສາ​ເລື່ອງ​ຂອງ​ໂປໂລ​ກັບ​ກະສັດ. ເພິ່ນ​ກ່າວ​ວ່າ: “ຢູ່​ທີ່​ນີ້​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ນັກໂທດ​ທີ່​ເຟລິກ​ໄດ້​ປະ​ໄວ້,
15 While I was in Jerusalem, the chief priests and elders of the Jews accused him, asking me for his conviction. ເມື່ອ​ຂ້າພະເຈົ້າ​ໄປ​ທີ່​ນະຄອນ​ເຢຣູຊາເລັມ, ບັນດາ​ຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ພວກ​ຢິວ​ໄດ້​ນຳ​ເອົາ​ຂໍ້ກ່າວຫາ​ຕໍ່ຕ້ານ​ລາວ ແລະ ຂໍ​ໃຫ້​ຂ້າພະເຈົ້າ​ຕັດສິນ​ລົງໂທດ​ລາວ.
16 I told them it's not Roman custom to hand over anyone before the accused faces his accusers in person and gets a chance to defend himself against the charge. “ຂ້າພະເຈົ້າ​ບອກ​ພວກເຂົາ​ວ່າ​ບໍ່​ແມ່ນ​ທຳນຽມ​ຂອງ​ໂຣມ​ທີ່​ຈະ​ມອບ​ຜູ້​ໃດ​ກໍ​ຕາມ​ກ່ອນ​ທີ່​ພວກເຂົາ​ໄດ້​ມາ​ຊ້ອງໜ້າ​ກັບ​ຜູ້ກ່າວຫາ​ຂອງ​ພວກເຂົາ ແລະ ມີ​ໂອກາດ​ທີ່​ຈະ​ປ້ອງກັນ​ຕົນ​ເອງ​ຕໍ່​ຂໍ້ກ່າວຫາ​ນັ້ນ.
17 So when they gathered here, I delayed nothing—next day I sat on the judgment seat and ordered the man brought in. ເມື່ອ​ພວກເຂົາ​ມາ​ບ່ອນນີ້​ກັບ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ບໍ່​ລໍຊ້າ​ຕໍ່​ກໍລະນີ, ແຕ່​ນັ່ງ​ໃນ​ສານ​ພິຈາລະນາ​ຄະດີ​ໃນ​ວັນ​ຕໍ່ມາ ແລະ ໄດ້​ສັ່ງ​ໃຫ້​ນຳເອົາ​ຊາຍ​ຜູ້​ນີ້​ເຂົ້າ​ມາ.
18 When his accusers stood up, they raised none of the criminal charges I had expected. ພໍ​ໂຈດ​ລຸກຂຶ້ນ​ເວົ້າ​ກໍ​ບໍ່ໄດ້​ຟ້ອງຮ້ອງ​ເລື່ອງ​ຄວາມຜິດ​ທາງອາຍາ​ໃດ​ຕາມ​ທີ່​ຂ້າພະເຈົ້າ​ຄາດໝາຍ​ໄວ້
19 Instead, they had some disputes with him about their own religion and a dead man named Jesus, whom Paul kept claiming was alive. ແຕ່​ພວກເຂົາ​ກັບ​ໂຕ້ແຍ້ງກັນ​ໃນ​ປະເດັນ​ຕ່າງໆ ກ່ຽວກັບ​ສາສະໜາ​ຂອງ​ພວກເຂົາ​ເອງ ແລະ ກ່ຽວກັບ​ຊາຍ​ຄົນ​ໜຶ່ງ​ທີ່​ຕາຍ​ໄປ​ແລ້ວ​ຊື່ ເຢຊູ ຜູ້​ທີ່​ໂປໂລ​ອ້າງ​ວ່າ​ເພິ່ນ​ຍັງ​ມີຊີວິດ​ຢູ່.
20 Unsure how to investigate this, I asked if he was willing to go to Jerusalem and be tried there on these charges. ຂ້າພະເຈົ້າ​ບໍ່ຮູ້​ວ່າ​ຈະ​ສືບສວນ​ເລື່ອງ​ນີ້​ຢ່າງໃດ​ດີ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຖາມ​ຈຳເລີຍ​ວ່າ​ຖ້າ​ລາວ​ເຕັມໃຈ​ຈະ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຢູ່​ທີ່​ນັ້ນ​ຕາມ​ຂໍ້ກ່າວຫາ​ເຫລົ່ານີ້​ບໍ.
21 But since Paul appealed to be held for the Emperor's decision, I ordered him held until I could send him to Caesar." ແຕ່​ເມື່ອ​ໂປໂລ​ໄດ້​ອຸທອນ​ຂໍ​ຢູ່​ລໍຖ້າ​ການຕັດສິນ​ຂອງ​ຈັກກະພັດ, ຂ້າພະເຈົ້າ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ລາວ​ໄວ້​ຈົນ​ກວ່າ​ຈະ​ໄດ້​ສົ່ງ​ລາວ​ໄປ​ໃຫ້​ກາຍຊາ”.
22 Agrippa told Festus, "I'd like to hear the man myself." "Tomorrow," Festus said, "you will hear him." ແລ້ວ​ອັກຄຣີປາ​ຈຶ່ງ​ເວົ້າ​ກັບ​ເຟຊະໂຕ​ວ່າ, “ຂ້າພະເຈົ້າ​ກໍ​ຢາກ​ຟັງ​ຊາຍ​ຜູ້​ນີ້​ເວົ້າ​ດ້ວຍ​ຕົນ​ເອງ​ເໝືອນກັນ”. ເຟຊະໂຕ​ຕອບ​ວ່າ, “ມື້​ອື່ນ​ທ່ານ​ຈະ​ໄດ້​ຟັງ​ລາວ​ເວົ້າ”.
23 The next day Agrippa and Bernice arrived with great show and entered the hall with the military commanders and the city's prominent men. On Festus's order, Paul was brought in. ໃນ​ວັນຕໍ່ມາ ອັກຄຣີປາ​ກັບ​ນາງ​ເບນີເກ​ໄດ້​ມາເຖິງ​ຢ່າງ​ສະຫງ່າຜ່າເຜີຍ ແລະ ເຂົ້າ​ໄປ​ໃນ​ຫ້ອງພິຈາລະນາຄະດີ​ກັບ​ບັນດາ​ທະຫານ​ທີ່​ມີ​ຍົດສູງ ແລະ ບຸກຄົນ​ສຳຄັນ​ຂອງ​ເມືອງ​ນັ້ນ. ເຟຊະໂຕ​ສັ່ງ​ໃຫ້​ນຳເອົາ​ໂປໂລ​ເຂົ້າມາ.
24 Festus said, "King Agrippa, and all here with us—you see this man. The whole Jewish community petitioned me about him, both in Jerusalem and here, shouting he must not live any longer. ເຟຊະໂຕ​ກ່າວ​ວ່າ: “ຮຽນ​ກະສັດ​ອັກຄຣີປາ​ທີ່​ນັບຖື ແລະ ທ່ານ​ທັງຫລາຍ​ທີ່​ມີ​ໜ້າ​ກັບ​ພວກຂ້າພະເຈົ້າ​ໃນ​ທີ່​ນີ້, ພວກທ່ານ​ກໍ​ໄດ້​ເຫັນ​ຊາຍ​ຜູ້​ນີ້​ແລ້ວ! ຄື​ຜູ້​ທີ່​ຊາວຢິວ​ທັງຫລາຍ​ໄດ້​ຮ້ອງຂໍ​ຕໍ່​ຂ້າພະເຈົ້າ​ກ່ຽວກັບ​ລາວ​ທັງ​ໃນ​ນະຄອນ​ເຢຣູຊາເລັມ ແລະ ໃນ​ເມືອງ​ກາຍຊາເຣຍ​ແຫ່ງ​ນີ້, ພວກເຂົາ​ຮ້ອງຂຶ້ນ​ວ່າ​ຊາຍ​ຜູ້​ນີ້​ບໍ່​ສົມຄວນ​ມີຊີວິດ​ຢູ່​ຕໍ່ໄປ.
25 But finding nothing deserving death, and since he himself appealed to the Emperor, I decided to send him. ຂ້າພະເຈົ້າ​ພົບ​ວ່າ​ລາວ​ບໍ່ໄດ້​ເຮັດ​ສິ່ງໃດ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ, ແຕ່​ເພາະ​ລາວ​ໄດ້​ອຸທອນ​ໄປ​ເຖິງ​ຈັກກະພັດ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ສົ່ງ​ລາວ​ໄປ​ທີ່​ໂຣມ.
26 I have nothing definite to write my lord about him, so I brought him before you all, especially before you, King Agrippa, so that after this examination I may have something to write. ແຕ່​ຂ້າພະເຈົ້າ​ບໍ່ມີ​ສິ່ງໃດ​ຊັດເຈນ​ພໍ​ທີ່​ຈະ​ຂຽນ​ເປັນ​ລາຍງານ​ເຖິງ​ຈັກກະພັດ​ກ່ຽວກັບ​ຊາຍ​ຜູ້​ນີ້. ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ຢູ່​ຕໍ່ໜ້າ​ທ່ານ​ທັງຫລາຍ ແລະ ໂດຍ​ສະເພາະ​ຕໍ່ໜ້າ​ທ່ານ​ກະສັດ​ອັກຄຣີປາ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ຂໍ້ມູນ​ທີ່​ຈະ​ຖວາຍ​ລາຍງານ​ຈາກ​ຜົນ​ການສືບສວນ​ຄັ້ງ​ນີ້.
27 For it seems unreasonable to me to send a prisoner without indicating the charges against him." ເພາະ​ຂ້າພະເຈົ້າ​ຄິດ​ວ່າ​ຖ້າ​ສົ່ງ​ນັກໂທດ​ໄປ​ທີ່​ໂຣມ​ໂດຍ​ບໍ່ໄດ້​ລະບຸ​ຂໍ້ກ່າວຫາ​ທີ່​ຊັດເຈນ​ກໍ​ເປັນ​ເລື່ອງ​ທີ່​ບໍ່​ມີ​ເຫດຜົນ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]